
💎🔍📚 ເຈຍຣະໄນສຳນັກພິມຂໍຄວາມຮ່ວມມືຈາກໝູ່ເພື່ອນທີ່ໜ້າຮັກທຸກຄົນໃນການຕອບແບບສອບຖາມ ເພາະເຮົາກຳລັງຕາມຫາໜັງສືທີ່ໝູ່ເພື່ອນມັກ 👀. ຄຳເຫັນຂອງທຸກຄົນຈະຊ່ວຍໃຫ້ພວກເຮົາເຮັດໜັງສືທີ່ຕອບໂຈດຄວາມຕ້ອງການຂອງໝູ່ເພື່ອນໄດ້🥹 👉🏻 ສາມາດຕອບຜ່ານ QR Code ຫຼື link ດ້ານລຸ່ມນີ້👇🏻 https://forms.gle/hT1hhjvPL6LLS4rz9 👂🏻ພວກເຮົາຈະລໍຖ້າຟັງສຽງຂອງໝູ່ໆເດີ❣️🫶🏻 #Chiaranai

💎 ເຈຍຣະໄນສຳນັກພິມຍິນດີຮັບພິຈາລະນາຕົ້ນສະບັບໜັງສື ເພື່ອນຳມາຕີພິມ ແລະ ວາງຈຳໜ່າຍ✍🏻📄 🦄 ບໍ່ຈຳກັດປະເພດ ແລະ ໝວດໝູ່ 🥳 🔎 ໂດຍມີຫຼັກເກນພິຈາລະນາດັ່ງຕໍ່ໄປນີ້ 📚 ຕົ້ນສະບັບຢູ່ໃນຮູບແບບ: 📄 ໄຟລ໌ word (.doc ຫຼື .docx) ໂດຍໃຊ້ຕົວອັນສອນ Saysettha MX ຂະໜາດ 12. 📄 ຈັດໄລຍະຫ່າງລະຫວ່າງແຖວເປັນ single ເມື່ອຂຶ້ນຫຍໍ້ໜ້າໃໝ່ໃຫ້ໃຊ້ tab ແທນການຍະຫວ່າງດ້ວຍ space bar. 📄 ຕົ້ນສະບັບນິຍາຍຄວາມຍາວໂດຍປະມານ 80 ໜ້າ A4 ຂຶ້ນໄປ, ຕົ້ນສະບັບປະເພດອື່ນຈຳນວນໜ້າແລ້ວແຕ່ຄວາມເໝາະສົມ. 📖 ພ້ອມສົ່ງເລື່ອງຫຍໍ້ບໍ່ເກີນ 3 ໜ້າເຈ້ຍ A4 ແລະ ປະຫວັດຜູ້ຂຽນໂດຍລະບຸຊື່, ນາມສະກຸນ, ນາມປາກກາ, ອີເມລ ແລະ ເບີໂທລະສັບທີ່ຕິດຕໍ່ກັບໄດ້. 📕 ຫາກມີຜົນງານທີ່ເຄີຍໄດ້ຮັບການຕີພິມ ຫຼື ເຜີຍແຜ່ທາງອິນເຕີເນັດມາກ່ອນໃຫ້ຂຽນໃສ່ນຳ. ♾️ ບໍ່ຈຳກັດປະເພດ ແລະ…

ມື້ນີ້ອ່ານເຈິໃນປຶ້ມ “My Personal” MBA ໂດຍ Josh Kaufman ທີ່ໄປ quote ຈາກ “Welcome Morning” ໂດຍ Anne Sexton, Pulitzer Prize-Winner ອີກເທື່ອໜຶ່ງວ່າ: The joy that isn’t shared, I’ve heard,…

ຫຼັງຈາກສູ້ຮົບຕົບມືກັບການຕັ້ງຄ່າຕ່າງໆນານາເພື່ອໃຫ້ເວັບໄຊນີ້ອອກສູ່ໂລກອິນເຕີເນັດເປັນເວລາຫຼາຍຊົ່ວໂມງ ໃນທີ່ສຸດກໍສຳເລັດ! ຕໍ່ຈາກນີ້ໄປເຈຍຣະໄນຈະຊອກຫາໜັງສືດີໆມາຕີພິມໃຫ້ນັກອ່ານພາສາລາວທັງຫຼາຍໄດ້ອ່ານ. ຝາກຕິດຕາມພວກເຮົາແນ່ເດີ!