ແນະນຳໜັງສື Les Misérables ໂດຍ Victor Hugo

ມື້ນີ້ອ່ານເຈິໃນປຶ້ມ “My Personal” MBA ໂດຍ Josh Kaufman ທີ່ໄປ quote ຈາກ “Welcome Morning” ໂດຍ Anne Sexton, Pulitzer Prize-Winner ອີກເທື່ອໜຶ່ງວ່າ:

The joy that isn’t shared, I’ve heard, dies young.

ຮູ້ສຶກຕຳໃຈ ກໍເລີຍເກີດຢາກຂຽນບົດຄວາມທີ່ຂຽນຄ້າງໄວ້ໃຫ້ແລ້ວ ຈຶ່ງພະຍາຍາມມາຂຽນຕໍ່ກ່ຽວກັບໜັງສືເຫຼັ້ມໜຶ່ງທີ່ຂ້ອຍຮັກຫຼາຍ.

Les Misérables, ທີ່ຂຽນໂດຍ Victor Hugo ນັກຂຽນຊາວຝຣັ່ງ ແລະ ຕີພິມຄັ້ງທຳອິດໃນວັນທີ 31 ມີນາ 1862, ແມ່ນວັນນະກຳເອກເລື່ອງໜຶ່ງຂອງໂລກທີ່ໄດ້ຮັບການແປເປັນຫຼາຍພາສາ ແລະ ເປັນທີ່ຮັກຂອງຜູ້ຄົນມາຫຼາຍຍຸກສະໄໝ. ນອກຈາກແປແລ້ວ ຍັງມີການສ້າງເປັນຮູບເງົາ, ລະຄອນເວທີ, ໜັງສືກາຕູນ ໆລໆ ຢູ່ຢ່າງຕໍ່ເນື່ອງຕະຫຼອດຮ້ອຍກວ່າປີທີ່ຜ່ານມາຢູ່ທົ່ວທຸກມຸມໂລກ. ແຕ່ຢູ່ປະເທດລາວເຮົາ ຄົນທີ່ໄດ້ອ່ານວັນນະກຳເລື່ອງນີ້ແຕ່ຕົ້ນຈົນຈົບຄົງມີໜ້ອຍຈົນນັບໄດ້ ເພາະມັນບໍ່ມີແປລາວຄົບທັງ 5 ເຫຼັ້ມ.

Photo by Martino Battista on Pexels.com

ຂ້ອຍເອງຮູ້ຈັກກ່ຽວກັບໜັງສືເລື່ອງນີ້ເມື່ອສິບກວ່າປີກ່ອນຕອນທີ່ໄປເຫັນໜັງສືກາຕູນມັງງະທີ່ດັດແປງມາຈາກເລື່ອງນີ້ວາງຂາຍຢູ່ປະເທດໄທ. ເມື່ອໄດ້ຊື້ມາອ່ານ, ກໍພົບວ່າມັນມ່ວນເຫຼືອເກີນຈົນຢາກໄປຫາຊື້ສະບັບເຕັມມາອ່ານໃຫ້ໄດ້. ແລ້ວໃນປີ 2012 ກໍມີສຳນັກພິມໄທທີ່ຊື່ວ່າ “ທັບໜັງສື” ເອົາເລື່ອງນີ້ມາແປຢ່າງຄົບຖ້ວນສົມບູນຈາກຕົ້ນສະບັບພາສາຝຣັ່ງໂດຍຕັ້ງຊື່ເລື່ອງວ່າ “ເຫຍື່ອອະທຳ” ເຊິ່ງນັກແປແມ່ນ ວິພາດາ ກິດຕິໂກວິດ ແລະ ມີທັງໝົດ 5 ເຫຼັ້ມ ເປັນ Boxset ງົດງາມຊວນໃຫ້ຊື້.

ແລະຂ້ອຍທີ່ຕົກເປັນເຫຍື່ອການຕະຫຼາດກໍຂໍເງິນແມ່ໄປທ່ຽວງານໜັງສືແຫ່ງຊາດຢູ່ກຸງເທບ ປະເທດໄທເພື່ອຊື້ໜັງສືຊຸດນີ້. ແຕ່ບໍ່ຮູ້ວ່າຂ້ອຍເປັນບ້າຫຍັງ ເມື່ອໄປຮອດແລະເຫັນໜັງສືນີ້ຢູ່ຕໍ່ໜ້າຕໍ່ຕາ ຂ້ອຍພັດປ່ຽນໃຈບໍ່ຊື້ ແລະໄປຊື້ໜັງສືເຫຼັ້ມອື່ນແທນຫຼາຍເຫຼັ້ມຈົນເກືອບເຕັມກະເປົ໋າເດີນທາງ. ອາດຍ້ອນລາຄາມັນແພງເກີນໄປ ຖ້າຈື່ບໍ່ຜິດໜ້າຈະປະມານ 3500 ບາດ. ຫຼືອາດຍ້ອນຢາກຊື້ໜັງສືເຫຼັ້ມອື່ນແລ້ວຊິບໍ່ມີບ່ອນໄວ້ໃນກະເປົ໋າ. ບໍ່ວ່າຈະດ້ວຍເຫດຜົນໃດກໍແລ້ວແຕ່, ການຕັດສິນໃຈຄັ້ງນັ້ນຂອງຂ້ອຍຖືວ່າເປັນຄວາມຜິດພາດຄັ້ງໃຫຍ່.

ເພາະຂ້ອຍພາດໂອກາດໃນການອ່ານໜຶ່ງໃນໜັງສືນິຍາຍທີ່ດີທີ່ສຸດໃນໂລກດ້ວຍນ້ຳມືຂອງໂຕເອງ.

ແລ້ວ Les Misérables ແມ່ນນິຍາຍກ່ຽວກັບຫຍັງ? ເປັນຫຍັງຈຶ່ງມີຄົນມັກຫຼາຍປານນັ້ນ?

Les Misérables ແປໄດ້ຫຼາຍແບບ ແຕ່ແປແບບງ່າຍໆວ່າພວກຄົນທີ່ຕົກທຸກໄດ້ຍາກ. ສະບັບແປພາສາໄທສົມບູນຕັ້ງຊື່ຕາມສະບັບແປໄທທຳອິດທີ່ແປວ່າ “ເຫຍື່ອອະທຳ” ກໍຄືຜູ້ຄົນທີ່ຕົກເປັນເຫຍື່ອຂອງອະທຳນັ້ນເອງ. ຄືທີ່ເວົ້າໄປແລ້ວ ນິຍາຍເລື່ອງນີ້ມີທັງໝົດ 5 ເຫຼັ້ມຄື:

  1. Fantine
  2. Cosette
  3. Marius
  4. The Idyll in the Rue Plumet and the Epic in the Rue St. Denis
  5. Jean Valjean

ແຕ່ລະເຫຼັ້ມເວົ້າເຖິງຊີວິດຂອງຕົວລະຄອນທີ່ແຕກຕ່າງກັນ ແຕ່ມີຄວາມກ່ຽວຂ້ອງກັນ. ແຕ່ theme ຫຼັກຂອງມັນເວົ້າເຖິງຄວາມບໍ່ຍຸຕິທຳໃນສັງຄົມ. ຟັອງຕີນ ຍິງສາວຜູ້ງົດງາມຕ້ອງພົບກັບຊະຕາກຳອັນໂຫດຮ້າຍ, ຊັອງ ວາລຊັອງ ຕ້ອງຮັບໂທດມະຫັນຈາກຄວາມຜິດພຽງເລັກໜ້ອຍໃນການລັກເອົາເຂົ້າຈີ່ພຽງກ້ອນດຽວເຊິ່ງບໍ່ສຳເລັດດ້ວຍຊ້ຳ ແລະຖືກຈຳຄຸກຫຼາຍປີໂດຍທີ່ສັງຄົມບໍ່ມອບໂອກາດໃຫ້ແກ້ຕົວ. ໂກແຊັດ ເດັກຍິງທີ່ຕ້ອງພັດພາກຈາກແມ່ຕັ້ງແຕ່ພວມເກີດໃໝ່ໆ ຖືກຜູ້ໃຫຍ່ລັງແກແລະເອົາປຽບໂດຍການໃຊ້ໃຫ້ເຮັດວຽກໜັກປານກັບຂ້າທາດ.

ເຫຼັ້ມທີ 1 ເປັນເລື່ອງຂອງຟັອງຕີນ ແລະ ຊັອງ ວາລຊັອງເປັນສ່ວນໃຫຍ່. ຊັອງ ວາລຊັອງທີ່ອອກຈາກຄຸກມາໄດ້ໄປທາງໃດກໍບໍ່ມີໃຜຍອມຮັບ ຕ້ອງດິ້ນຮົນຫາທາງເອົາຊີວິດລອດ ແຕ່ເທື່ອນີ້ຈະກໍ່ຄວາມຜິດບໍ່ໄດ້ອີກແລ້ວ ເພາະນັ້ນອາດຈະໝາຍເຖິງໂທດທີ່ໜັກກວ່າເກົ່າຢ່າງບໍ່ໜ້າຈະຈິນຕະນາການໄດ້. ແຕ່ເມື່ອຄຸນພໍ່ບຽງເວີນຸຍຜູ້ອາລີເປີດຕະປູຕ້ອນຮັບລາວໃນຄ່ຳຄືນທີ່ເໜັບໜາວ ພ້ອມທັງໃຫ້ອາຫານແລະບ່ອນນອນ, ຊັອງ ວາລຊັອງກໍເກີດລະໂມບຢາກລັກເຄື່ອງເງິນຂອງຄຸນພໍ່ໄປຂາຍ. ລາວຕ້ອງຕໍ່ສູ້ກັບຄວາມໂລບມາກດ້ວຍຈິດສຳນຶກແຫ່ງຄວາມຖືກຕ້ອງ. ແຕ່ຜູ້ທີ່ຖືກຈຳຄຸກຫຼາຍປີເຊິ່ງຈິດວິນຍານຖືກກືນກິນໄປແລ້ວນັ້ນຈະຍັງມີຈິດສຳນຶກທີ່ດີຫຼົງເຫຼືອຢູ່ບໍ? ເປັນໜ້າທີ່ຂອງຜູ້ອ່ານທີ່ຕ້ອງໄປຄົ້ນຫາຄຳຕອບນັ້ນ ລວມທັງຄຳຕອບຂອງອີກຄຳຖາມຫຼາຍໆຂໍ້ກ່ຽວກັບຄວາມບໍ່ຍຸຕິທຳ — ຄວາມບໍ່ຍຸຕິທຳທີ່ຍັງຄົງດຳເນີນມາເຖິງໂລກສະໄໝປັດຈຸບັນອັນພາໃຫ້ຂ້ອຍເກີດຄວາມຮູ້ສຶກຮ່ວມກັບຕົວລະຄອນໄດ້ປານວ່າພວກເຂົາມີຕົວຕົນຈິງແລະຂ້ອຍກັບພວກເຂົາອາໄສຢູ່ໃນຍຸກສະໄໝດຽວກັນ. ຂ້ອຍອ່ານແລ້ວຕັ້ງຄຳຖາມກັບໂຕເອງ: “ຫຼືວ່າຄວາມຍຸຕິທຳບໍ່ມີໃນໂລກ? ຖ້າມີ, ມັນກໍບໍ່ແມ່ນສິ່ງທີ່ໃຜຈະເອົາມາຍື່ນໃຫ້ເຮົາ. ແຕ່ແມ່ນສິ່ງທີ່ເຮົາຕ້ອງຍາດເອົາມາມືດ້ວຍໂຕເອງ”

ສ່ວນຟັອງຕີນທີ່ແຂ້ວຂາວປານໄຂ່ມຸກ ຜົມສີຄຳງາມປານຕາເວັນ ຜູ້ທີ່ຫວັງພຽງແຕ່ຈະມີຊີວິດທີ່ສະຫງົບສຸກແລະບໍ່ທຸກຍາກລຳບາກກໍຕ້ອງລະຫົກລະເຫຊອກວຽກເຮັດເພື່ອຫາເງິນມາລ້ຽງນາງນ້ອຍໂກແຊັດ. ຄວາມຮັກທີ່ຍິ່ງໃຫຍ່ຂອງແມ່ຕໍ່ລູກເຮັດໃຫ້ຟັອງຕີນຍອມເຮັດທຸກຢ່າງ. ຈະມີສິ່ງໃດປະເສີດໄປກວ່າຄວາມສຸກຂອງລູກອີກແລ້ວ? ແຕ່ອະນິດຈາ, ຟັອງຕີນຕົກເປັນເຫຍື່ອຂອງຄວາມໂຫດຮ້າຍທາລຸນອັນເກີດມາຈາກຈິດໃຈດຳມືດຂອງມະນຸດນຳກັນ.​ ຈຸດນີ້ເຊັ່ນດຽວກັນ, ຜູ້ອ່ານຕ້ອງເຝົ້າຕິດຕາມຫຼືສືບຄົ້ນວ່າໃນຊີວິດອັນອັບຈົນຫົນທາງຂອງນາງ ຈະມີແສງສະຫວ່າງສ່ອງເຖິງອີກຄັ້ງຫຼືບໍ່.

ຮິວໂກເລົ່າເລື່ອງຕົວລະຄອນພວກນີ້ໄດ້ຢ່າງໜ້າຈັບໃຈ ໜ້າຕິດຕາມຈົນວາງບໍ່ລົງ ພາໃຫ້ຄົນອ່ານຕ້ອງລຸ້ນລະທຶກວ່າຕົວລະຄອນຈະຖືກໂຊກຊະຕາໂຍນໄປລົງນະຮົກຂຸມໃດອີກ. ນັກຂຽນບັນຍາຍສະພາບຈິດໃຈພາຍໃນໄດ້ຢ່າງສົມຈິງຈົນເຮົາອິນໄປນຳ. ພາສາທີ່ໃຊ້ບອກເລົ່າຄວາມຮູ້ສຶກໂສກເສົ້ານັ້ນດຣາມາຕິກຈົນຜູ້ອ່ານຕ້ອງຫົດຫູ່. ຂ້ອຍໄດ້ແຕ່ງຶດວ່າລາວສັນຫາຄຳເວົ້າ, ການອຸປະມາ (ການປຽບທຽບສິ່ງໜຶ່ງວ່າຄືອີກສິ່ງໜຶ່ງເຊັ່ນ: ງາມປານຮູບແຕ້ມ. ພາສາອັງກິດເອີ້ນວ່າ metaphor. ແນ່ນອນວ່າອຸປະມາຂອງຮິວໂກມີອັດຖະລົດຫຼາຍກວ່າຕົວຢ່າງນີ້ຫຼາຍພັນເທົ່າ) ພວກນັ້ນມາໄດ້ຈັ່ງໃດ. ຮິວໂກຍັງເວົ້າຈາປະຊົດປະຊັນສັງຄົມທີ່ບິດບ້ຽວແລະນຳສະເໜີຄວາມຈິງກ່ຽວກັບມະນຸດໄດ້ຢ່າງເຈັບແສບຈົນຂ້ອຍຕ້ອງຫົວຂວັນໄປນຳລາວບໍ່ຮູ້ທໍ່ໃດເທື່ອ.

ເຖິງຈະເນັ້ນປະເດັນສັງຄົມ, ແຕ່ນິຍາຍເລື່ອງນີ້ກໍມີຄວາມເປັນນິຍາຍບັນເທີງບໍ່ນ້ອຍໜ້ານິຍາຍທີ່ພວກເຮົາອ່ານໃນສະໄໝປັດຈຸບັນເລີຍ. ຮິວໂກຜູກປົມໄວ້ແຕ່ຕົ້ນແລ້ວກໍມາຍມັນໄດ້ຢ່າງງົດງາມໃນເວລາທີ່ເໝາະສົມ. ມີບາງຕອນທີ່ລາວບອກປະມານວ່າ: “ຂໍເລົ່າຕອນນີ້ໃຫ້ຟັງເດີ ເຖິງມັນຈະຟັງຄືບໍ່ກ່ຽວຂ້ອງກັບເລື່ອງກະຕາມ ເຊື່ອຂ້ອຍເທາະມັນສຳຄັນຫຼາຍ”. ຂ້ອຍອ່ານທຳອິດກະເປັນງົງໆ, ແຕ່ຮິວໂກບໍ່ໄດ້ຕົວະ. ເມື່ອຄວາມກ່ຽວຂ້ອງນັ້ນເປີດເຜີຍ, ຂ້ອຍກໍເຖິງຂັ້ນກັບຮ້ອງຂຶ້ນຢ່າງແຮງ (ໃນໃຈ) ແລະຕົບມືໃຫ້ກັບອັດສະລິຍະພາບຂອງຮິວໂກ.

ແຕ່ບັນຫາທີ່ຜູ້ອ່ານໜ້າຈະເກືອບທຸກຄົນຕ້ອງເຈິໃນການອ່ານນິຍາຍເລື່ອງນີ້ແມ່ນຮິວໂກມັກເວົ້າອອກນອກເລື່ອງ. ບາງເທື່ອກໍແຊກມາລະຫວ່າງເລື່ອງຫຼັກຍາວຫຼາຍໜ້າ ຫຼືບາງເທື່ອກໍຫຼາຍບົດ! ຊ້ຳບໍ່ໜໍາ ຍັງມີເຫດການທາງປະຫວັດສາດ, ເຫດບ້ານການເມືອງໃນສະໄໝນັ້ນເຊິ່ງບາງອັນກໍຍິບຍ່ອຍເກີນໄປແລະຫຼາຍອັນກໍບໍ່ກ່ຽວຂ້ອງກັບເນື້ອເລື່ອງເລີຍ! ໃນສະບັບແປໄທເຫຼັ້ມທີ 1 ມີ footnote ເຖິງ 300 ກວ່າບ່ອນ ລວມກັນຍາວ 200 ກວ່າໜ້າ!

ຂ້ອຍທີ່ເວລາອ່ານຫຍັງມັກຈະອ່ານໃຫ້ຄົບທຸກຕົນທຸກໂຕກໍນຳໄປອ່ານໂດຍບໍ່ຂ້າມ.​ ແຕ່ນັ້ນແມ່ນຄວາມຕັ້ງໃຈໃນຕອນທຳອິດເທົ່ານັ້ນ. ເພາະສຸດທ້າຍຂ້ອຍກໍຍອມແພ້ແລະເລືອກອ່ານບ່ອນທີ່ມີຄວາມກ່ຽວຂ້ອງກັບເນື້ອເລື່ອງເທົ່ານັ້ນ.

ພໍແຕ່ຕັດສິນໃຈແບບນັ້ນ, ພ້ອມທັງອ່ານມາໄດ້ກາຍເຄິ່ງເຫຼັ້ມໄປຫຼາຍເຕີບ, ໃນທີ່ສຸດເນື້ອເລື່ອງກໍດຳເນີນມາຮອດຕອນຫຼັກ! ຫຼັງຈາກນີ້ຂ້ອຍຮັບປະກັນວ່າເຈົ້າຈະວາງບໍ່ລົງ.

ເມື່ອອ່ານເຫຼັ້ມ 1 ຈົບ, ຂ້ອຍກໍຕື້ນຕັນໃຈຢ່າງບໍ່ອາດຈະພັນລະນາໄດ້, ປະທັບໃຈທີ່ສຸດໃນປະຫວັດສາດການອ່ານໜັງສືຂອງໂຕເອງ ແລະດ່າໂຕເອງວ່າຄືໂງ່ບໍ່ຊື້ມາອ່ານຕັ້ງແຕ່ປີ 2012. ຂ້ອຍເຂົ້າໃຈໄດ້ໃນທັນທີວ່າເປັນຫຍັງນິຍາຍຊຸດນີ້ຈຶ່ງເປັນທີ່ຮັກຂອງຄົນທົ່ວໂລກແລະເປັນຊັບສົມບັດຂອງມະນຸດຊາດ.

ຂ້ອຍຢາກຮ້າຍໂຕເອງທີ່ຖ້າຈົນຮອດປີ 2023 ທີ່ນິຍາຍເຊັດນີ້ຂາຍອອກເບິດແລະຊອກຊື້ຢູ່ໃສບໍ່ໄດ້ແລ້ວຈຶ່ງຄິດຢາກຊື້ອີກຄັ້ງ. ແຕ່ເວລາຜ່ານໄປ 10 ກວ່າປີແລ້ວ ຖ້າຢາກຊື້ກໍຕ້ອງຊື້ເຊັດທີ່ຄົນເອົາມາຂາຍເກງລາຄາ 12,000 ບາດ! ແຕ່ດ້ວຍຄວາມດື້ດ້ານດຶງດັນ,​ ຂ້ອຍກໍຊອກຫາຜູ້ທີ່ມີໜັງສືຊຸດນີ້ເຫັນ. ເພິ່ນເປັນຄູບາອົງໜຶ່ງທີ່ອາໄສຢູ່ພາກໃຕ້ຂອງໄທແລະຍອມຂາຍໃຫ້ຂ້ອຍໃນລາຄາ 4000 ບາດ. ຂອບໃຈຄູບາ. ແລະຂອບໃຈພໍ່ທີ່ໃຫ້ລູກຢືມເງິນໄປຊື້ແລະສຸດທ້າຍກໍບອກວ່າບໍ່ເອົາຄືນດອກ.

ໃຜທີ່ຍັງບໍ່ທັນໄດ້ອ່ານ, ຂ້ອຍແນະນຳໃຫ້ໄປຊອກມາອ່ານໃຫ້ໄດ້ແທ້ໆ. ມັນດີຈົນເຖິງຂັ້ນທີ່ຂ້ອຍເວົ້າໄດ້ວ່າ ຊີວິດຂ້ອຍ, ຖ້າບໍ່ໄດ້ອ່ານແລະບໍ່ຮູ້ກ່ຽວກັບການມີຢູ່ຂອງວັນນະກຳເອກເລື່ອງນີ້, ຄົງເປັນຊີວິດທີ່ໜ້າເສົ້າແລະເຜີໆອາດໄຮ້ຄ່າ. ໃນສະພາບທີ່ປຶ້ມຫາຍາກແລະສະບັບທີ່ຈະຕີພິມຊ້ຳໂດຍນັກແປເອງພາຍໃຕ້ຊື່ສຳນັກພິມ Madman Book (ເບິ່ງໃນ Facebook ໄດ້) ທີ່ເຊັດໜຶ່ງລາຄາແພງເກີນກວ່າຈະເອື້ອມເຖິງຖ້າເຮົາບໍ່ມີເງິນລົ້ນຖົງ, ຂ້ອຍທີ່ອ່ານຈົບພຽງແຕ່ເຫຼັ້ມທຳອິດເທົ່ານັ້ນບໍ່ສາມາດບອກໃຫ້ເຈົ້າໄປຊື້ໄດ້. ແຕ່ຖ້າເຈົ້າຊື້, ຂ້ອຍສັນຍາວ່າມັນຈະກຸ້ມຄ່າເງິນຂອງເຈົ້າຢ່າງແນ່ນອນ. ບໍ່, ເຈົ້າຈະໄດ້ກຳໄລຊີວິດຕ່າງຫາກ.

ແຕ່ຖ້າສະພາບທາງການເງິນບໍ່ອຳນວຍແລະຢາກອ່ານອີ່ຫຼີ, ສະບັບແປລາວແບບຄັດຫຍໍ້(ສຸດໆ)ແປອອກມາ 2 ເຫຼັ້ມ. ຫາອ່ານໄດ້ຕາມຫໍແລະຫ້ອງສະໝຸດທົ່ວໄປເຊັ່ນຫໍສະໝຸດແຫ່ງຊາດ ແລະ ຫໍສະໝຸດນະຄອນຫຼວງວຽງຈັນໃນຊື່ “ຟັງຕີນ” ແລະ “ໂກແຊັດ” ເຖິງມັນຈະບໍ່ໄດ້ອັດຖະລົດເທົ່າສະບັບເຕັມກໍຕາມ.

ສຸດທ້າຍ, ໃຜທີ່ເບິ່ງ musical ເລື່ອງ Les Misérables ທີ່ສະແດງນຳໂດຍ Anne Hathaway ແລ້ວປະທັບໃຈ ຫຼືແມ່ນແຕ່ໃຜທີ່ພວມເຄີຍໄດ້ຍິນຊື່ເລື່ອງນີ້, ລອງມາອ່ານສະບັບຕົວອັກສອນເບິ່ງ ແລ້ວຊິພົບກັບຄວາມມ່ວນ ຄວາມມັນ ຄວາມເຕີມເຕັມທີ່ແທ້ຈິງ.

ໃຫ້ຄວາມເຫັນ