ເຈຍຣະໄນແມ່ນສຳນັກພິມນ້ອງໃໝ່ທີ່ສ້າງຕັ້ງຂຶ້ນໃນເດືອນມັງກອນ ປີ 2025 ໂດຍມີຈຸດປະສົງສົ່ງມອບປຶ້ມທີ່ດີໃຫ້ແກ່ນັກອ່ານຊາວລາວ ແລະ ຊາວຕ່າງປະເທດທີ່ອ່ານພາສາລາວ.
ພວກເຮົາມີແຜນທີ່ຈະນຳເອົານິທານລາວມາຕີພິມໃໝ່, ພ້ອມທັງຕີພິມນະວະນິຍາຍສີມືນັກຂຽນລາວ ແລະ ແປວັນນະກຳຕ່າງປະເທດເປັນພາສາລາວ.



