ໝວດໝູ່: ທົ່ວໄປ

  • 📢 Chiaranai Publishing ເຊີນຕອບແບບສອບຖາມ🕵🏻‍♀️‼

    📢 Chiaranai Publishing ເຊີນຕອບແບບສອບຖາມ🕵🏻‍♀️‼

    💎🔍📚 ເຈຍຣະໄນສຳນັກພິມຂໍຄວາມຮ່ວມມືຈາກໝູ່ເພື່ອນທີ່ໜ້າຮັກທຸກຄົນໃນການຕອບແບບສອບຖາມ ເພາະເຮົາກຳລັງຕາມຫາໜັງສືທີ່ໝູ່ເພື່ອນມັກ 👀. ຄຳເຫັນຂອງທຸກຄົນຈະຊ່ວຍໃຫ້ພວກເຮົາເຮັດໜັງສືທີ່ຕອບໂຈດຄວາມຕ້ອງການຂອງໝູ່ເພື່ອນໄດ້🥹 👉🏻 ສາມາດຕອບຜ່ານ QR Code ຫຼື link ດ້ານລຸ່ມນີ້👇🏻 https://forms.gle/hT1hhjvPL6LLS4rz9 👂🏻ພວກເຮົາຈະລໍຖ້າຟັງສຽງຂອງໝູ່ໆເດີ❣️🫶🏻 #Chiaranai

  • 📢 Chiaranai Publishing ເປີດຮັບຕົ້ນສະບັບ‼

    📢 Chiaranai Publishing ເປີດຮັບຕົ້ນສະບັບ‼

    💎 ເຈຍຣະໄນສຳນັກພິມຍິນດີຮັບພິຈາລະນາຕົ້ນສະບັບໜັງສື ເພື່ອນຳມາຕີພິມ ແລະ ວາງຈຳໜ່າຍ✍🏻📄 🦄 ບໍ່ຈຳກັດປະເພດ ແລະ ໝວດໝູ່ 🥳 🔎 ໂດຍມີຫຼັກເກນພິຈາລະນາດັ່ງຕໍ່ໄປນີ້ 📚 ຕົ້ນສະບັບຢູ່ໃນຮູບແບບ: 📄 ໄຟລ໌ word (.doc ຫຼື .docx) ໂດຍໃຊ້ຕົວອັນສອນ Saysettha MX ຂະໜາດ 12. 📄 ຈັດໄລຍະຫ່າງລະຫວ່າງແຖວເປັນ single ເມື່ອຂຶ້ນຫຍໍ້ໜ້າໃໝ່ໃຫ້ໃຊ້ tab ແທນການຍະຫວ່າງດ້ວຍ space bar. 📄 ຕົ້ນສະບັບນິຍາຍຄວາມຍາວໂດຍປະມານ 80 ໜ້າ A4 ຂຶ້ນໄປ, ຕົ້ນສະບັບປະເພດອື່ນຈຳນວນໜ້າແລ້ວແຕ່ຄວາມເໝາະສົມ. 📖 ພ້ອມສົ່ງເລື່ອງຫຍໍ້ບໍ່ເກີນ 3 ໜ້າເຈ້ຍ A4 ແລະ ປະຫວັດຜູ້ຂຽນໂດຍລະບຸຊື່,​ ນາມສະກຸນ, ນາມປາກກາ, ອີເມລ ແລະ ເບີໂທລະສັບທີ່ຕິດຕໍ່ກັບໄດ້. 📕 ຫາກມີຜົນງານທີ່ເຄີຍໄດ້ຮັບການຕີພິມ ຫຼື ເຜີຍແຜ່ທາງອິນເຕີເນັດມາກ່ອນໃຫ້ຂຽນໃສ່ນຳ. ♾️ ບໍ່ຈຳກັດປະເພດ ແລະ ໝວດໝູ່ຕົ້ນສະບັບ. ສົ່ງມາໄດ້ທັງນິຍາຍ, ເລື່ອງສັ້ນ, ກະວີນິພົນ, ກາຕູນ, ບົດຄວາມ ໆລໆ. 📌 ໝາຍເຫດ: ຕົ້ນສະບັບຕ້ອງບໍ່ມີການຄັດລອກ ຫຼື ດັດແປງມາຈາກເລື່ອງອື່ນ 📩 ຖ້າຄົບຖ້ວນຕາມເງື່ອນໄຂດ້ານເທິງກໍສົ່ງມາໄດ້ເລີຍທີ່: [email protected] 📮 ໂດຍຕັ້ງຊື່ຫົວຂໍ້ອີເມລ (subject) ວ່າ “ສົ່ງຕົ້ນສະບັບເພື່ອພິຈາລະນາ_ນາມປາກກາ (ຫຼືຊື່ແລະນາມສະກຸນ)” ເມື່ອໄດ້ຮັບອີເມລແລ້ວ, ພວກເຮົາຈະຕອບກັບພາຍໃນ 7 ມື້. ໄລຍະເວລາພິຈາລະນາຕົ້ນສະບັບແມ່ນປະມານ 1 – 2 ເດືອນ. ☎️ ຫາກມີຂໍ້ສົງໄສສາມາດສອບຖາມເຂົ້າມາໄດ້ທຸກຊ່ອງທາງ 💌 ສົ່ງກັນເຂົ້າມາຫຼາຍໆເດີ❣️ #Chiaranai

  • ສະບາຍດີ ຍິນດີຕ້ອນຮັບສູ່ເຈຍຣະໄນສຳນັກພິມ!

    ສະບາຍດີ ຍິນດີຕ້ອນຮັບສູ່ເຈຍຣະໄນສຳນັກພິມ!

    ຫຼັງຈາກສູ້ຮົບຕົບມືກັບການຕັ້ງຄ່າຕ່າງໆນານາເພື່ອໃຫ້ເວັບໄຊນີ້ອອກສູ່ໂລກອິນເຕີເນັດເປັນເວລາຫຼາຍຊົ່ວໂມງ ໃນທີ່ສຸດກໍສຳເລັດ! ຕໍ່ຈາກນີ້ໄປເຈຍຣະໄນຈະຊອກຫາໜັງສືດີໆມາຕີພິມໃຫ້ນັກອ່ານພາສາລາວທັງຫຼາຍໄດ້ອ່ານ. ຝາກຕິດຕາມພວກເຮົາແນ່ເດີ!