-

ແນະນຳໜັງສື Les Misérables ໂດຍ Victor Hugo
ມື້ນີ້ອ່ານເຈິໃນປຶ້ມ “My Personal” MBA ໂດຍ Josh Kaufman ທີ່ໄປ quote ຈາກ “Welcome Morning” ໂດຍ Anne Sexton, Pulitzer Prize-Winner ອີກເທື່ອໜຶ່ງວ່າ: The joy that isn’t shared, I’ve heard, dies young. ຮູ້ສຶກຕຳໃຈ ກໍເລີຍເກີດຢາກຂຽນບົດຄວາມທີ່ຂຽນຄ້າງໄວ້ໃຫ້ແລ້ວ ຈຶ່ງພະຍາຍາມມາຂຽນຕໍ່ກ່ຽວກັບໜັງສືເຫຼັ້ມໜຶ່ງທີ່ຂ້ອຍຮັກຫຼາຍ. Les Misérables, ທີ່ຂຽນໂດຍ Victor Hugo ນັກຂຽນຊາວຝຣັ່ງ ແລະ ຕີພິມຄັ້ງທຳອິດໃນວັນທີ 31 ມີນາ 1862, ແມ່ນວັນນະກຳເອກເລື່ອງໜຶ່ງຂອງໂລກທີ່ໄດ້ຮັບການແປເປັນຫຼາຍພາສາ ແລະ ເປັນທີ່ຮັກຂອງຜູ້ຄົນມາຫຼາຍຍຸກສະໄໝ. ນອກຈາກແປແລ້ວ ຍັງມີການສ້າງເປັນຮູບເງົາ, ລະຄອນເວທີ, ໜັງສືກາຕູນ ໆລໆ ຢູ່ຢ່າງຕໍ່ເນື່ອງຕະຫຼອດຮ້ອຍກວ່າປີທີ່ຜ່ານມາຢູ່ທົ່ວທຸກມຸມໂລກ. ແຕ່ຢູ່ປະເທດລາວເຮົາ ຄົນທີ່ໄດ້ອ່ານວັນນະກຳເລື່ອງນີ້ແຕ່ຕົ້ນຈົນຈົບຄົງມີໜ້ອຍຈົນນັບໄດ້ ເພາະມັນບໍ່ມີແປລາວຄົບທັງ 5 ເຫຼັ້ມ.…
