Posted on Leave a comment

📢 Chiaranai Publishing ເຊີນຕອບແບບສອບຖາມ🕵🏻‍♀️‼

💎🔍📚 ເຈຍຣະໄນສຳນັກພິມຂໍຄວາມຮ່ວມມືຈາກໝູ່ເພື່ອນທີ່ໜ້າຮັກທຸກຄົນໃນການຕອບແບບສອບຖາມ ເພາະເຮົາກຳລັງຕາມຫາໜັງສືທີ່ໝູ່ເພື່ອນມັກ 👀.

ຄຳເຫັນຂອງທຸກຄົນຈະຊ່ວຍໃຫ້ພວກເຮົາເຮັດໜັງສືທີ່ຕອບໂຈດຄວາມຕ້ອງການຂອງໝູ່ເພື່ອນໄດ້🥹

👉🏻 ສາມາດຕອບຜ່ານ QR Code ຫຼື link ດ້ານລຸ່ມນີ້👇🏻

https://forms.gle/hT1hhjvPL6LLS4rz9

👂🏻ພວກເຮົາຈະລໍຖ້າຟັງສຽງຂອງໝູ່ໆເດີ❣️🫶🏻

#Chiaranai

Posted on Leave a comment

📢 Chiaranai Publishing ເປີດຮັບຕົ້ນສະບັບ‼

💎 ເຈຍຣະໄນສຳນັກພິມຍິນດີຮັບພິຈາລະນາຕົ້ນສະບັບໜັງສື ເພື່ອນຳມາຕີພິມ ແລະ ວາງຈຳໜ່າຍ✍🏻📄

🦄 ບໍ່ຈຳກັດປະເພດ ແລະ ໝວດໝູ່ 🥳

🔎 ໂດຍມີຫຼັກເກນພິຈາລະນາດັ່ງຕໍ່ໄປນີ້

📚 ຕົ້ນສະບັບຢູ່ໃນຮູບແບບ:

📄 ໄຟລ໌ word (.doc ຫຼື .docx) ໂດຍໃຊ້ຕົວອັນສອນ Saysettha MX ຂະໜາດ 12.

📄 ຈັດໄລຍະຫ່າງລະຫວ່າງແຖວເປັນ single ເມື່ອຂຶ້ນຫຍໍ້ໜ້າໃໝ່ໃຫ້ໃຊ້ tab ແທນການຍະຫວ່າງດ້ວຍ space bar.

📄 ຕົ້ນສະບັບນິຍາຍຄວາມຍາວໂດຍປະມານ 80 ໜ້າ A4 ຂຶ້ນໄປ, ຕົ້ນສະບັບປະເພດອື່ນຈຳນວນໜ້າແລ້ວແຕ່ຄວາມເໝາະສົມ.

📖 ພ້ອມສົ່ງເລື່ອງຫຍໍ້ບໍ່ເກີນ 3 ໜ້າເຈ້ຍ A4 ແລະ ປະຫວັດຜູ້ຂຽນໂດຍລະບຸຊື່,​ ນາມສະກຸນ, ນາມປາກກາ, ອີເມລ ແລະ ເບີໂທລະສັບທີ່ຕິດຕໍ່ກັບໄດ້.

📕 ຫາກມີຜົນງານທີ່ເຄີຍໄດ້ຮັບການຕີພິມ ຫຼື ເຜີຍແຜ່ທາງອິນເຕີເນັດມາກ່ອນໃຫ້ຂຽນໃສ່ນຳ.

♾️ ບໍ່ຈຳກັດປະເພດ ແລະ ໝວດໝູ່ຕົ້ນສະບັບ. ສົ່ງມາໄດ້ທັງນິຍາຍ, ເລື່ອງສັ້ນ, ກະວີນິພົນ, ກາຕູນ, ບົດຄວາມ ໆລໆ.

📌 ໝາຍເຫດ: ຕົ້ນສະບັບຕ້ອງບໍ່ມີການຄັດລອກ ຫຼື ດັດແປງມາຈາກເລື່ອງອື່ນ

📩 ຖ້າຄົບຖ້ວນຕາມເງື່ອນໄຂດ້ານເທິງກໍສົ່ງມາໄດ້ເລີຍທີ່:

[email protected]

📮 ໂດຍຕັ້ງຊື່ຫົວຂໍ້ອີເມລ (subject) ວ່າ “ສົ່ງຕົ້ນສະບັບເພື່ອພິຈາລະນາ_ນາມປາກກາ (ຫຼືຊື່ແລະນາມສະກຸນ)”

ເມື່ອໄດ້ຮັບອີເມລແລ້ວ, ພວກເຮົາຈະຕອບກັບພາຍໃນ 7 ມື້.

ໄລຍະເວລາພິຈາລະນາຕົ້ນສະບັບແມ່ນປະມານ 1 – 2 ເດືອນ.

☎️ ຫາກມີຂໍ້ສົງໄສສາມາດສອບຖາມເຂົ້າມາໄດ້ທຸກຊ່ອງທາງ 💌

ສົ່ງກັນເຂົ້າມາຫຼາຍໆເດີ❣️

#Chiaranai

Posted on Leave a comment

ສະບາຍດີ ຍິນດີຕ້ອນຮັບສູ່ເຈຍຣະໄນສຳນັກພິມ!

ຫຼັງຈາກສູ້ຮົບຕົບມືກັບການຕັ້ງຄ່າຕ່າງໆນານາເພື່ອໃຫ້ເວັບໄຊນີ້ອອກສູ່ໂລກອິນເຕີເນັດເປັນເວລາຫຼາຍຊົ່ວໂມງ ໃນທີ່ສຸດກໍສຳເລັດ!

ຕໍ່ຈາກນີ້ໄປເຈຍຣະໄນຈະຊອກຫາໜັງສືດີໆມາຕີພິມໃຫ້ນັກອ່ານພາສາລາວທັງຫຼາຍໄດ້ອ່ານ.

ຝາກຕິດຕາມພວກເຮົາແນ່ເດີ!