
ກວດແກ້ຕົ້ນສະບັບພາສາລາວ ແລະ ໄທ
ລວມທັງຕົ້ນສະບັບແປຈາກພາສາຍີ່ປຸ່ນ, ອັງກິດ ແລະ ຝຣັ່ງ
ກວດແກ້ພາສາລາວຂອງໜັງສືທ່ານໃຫ້ອອກມາຫຼ່ຽນໄຫຼ ແລະ ສະກົດຄຳຖືກຕ້ອງຕາມຫຼັກໄວຍາກອນ. ສຳລັບໜັງສືແປ, ກວດແກ້ບົດແປໃຫ້ຖືກຕ້ອງກັບຕົ້ນສະບັບ ແລະ ມີເນື້ອໃນຄົບຖ້ວນໂດຍບັນນາທິການທີ່ມີປະສົບການ.

ເຈລະຈາຊື້ຂາຍລິຂະສິດໜັງສື
ກັບເອເຈນຊີ/ສຳນັກພິມທັງພາຍໃນ ແລະ ຕ່າງປະເທດ
ຕາງໜ້າຂໍຊື້ລິຂະສິດໜັງສືຈາກຕ່າງປະເທດເພື່ອມາແປ ແລະ ພິມຈຳໜ່າຍໃນປະເທດລາວ. ຕາງໜ້າຂາຍລິຂະສິດໜັງສືລາວໃຫ້ແກ່ສຳນັກພິມຕ່າງປະເທດເພື່ອຮັບປະກັນຄ່າຕອບແທນທີ່ເໝາະສົມໃຫ້ແກ່ນັກຂຽນລາວ.

ແປໜັງສືຕ່າງປະເທດເປັນພາສາລາວ
ຈາກພາສາຍີ່ປຸ່ນ, ອັງກິດ ແລະ ຝຣັ່ງ
ແປໜັງສືເປັນພາສາລາວມີງົດງາມໂດຍຍັງຄົງຮັກສາຄວາມໝາຍຕັ້ງເດີມ ແລະ ເຈດຕະນາທີ່ນັກຂຽນຕົ້ນສະບັບຢາກສື່ໃຫ້ຄົບຖ້ວນໂດຍນັກແປຄຸນະພາບທີ່ຊ່ຽວຊານດ້ານການແປ ແລະ ພາສາ.

ຊອກຫາ ແລະ ສົ່ງໜັງສືລາວໄປຕ່າງປະເທດ
ຊອກຫາໜັງສືພາສາລາວທີ່ທ່ານຕ້ອງການ ພ້ອມທັງສົ່ງໄປສະນີໄປຮອດໜ້າບ້ານທ່ານ ບໍ່ວ່າທ່ານຈະຢູ່ໄທ, ຫວຽດນາມ, ຈີນ, ເກົາຫຼີ, ຍີ່ປຸ່ນ, ອະເມລິກາ, ຝຣັ່ງ ຫຼື ປະເທດໃດກໍຕາມໃນໂລກ.
ສາມາດປຶກສາກັບພວກເຮົາໄດ້ຟຣີທີ່ Contact



